ໂດຍປະຕິບັດຕາມແຜນຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແຕ່ປີ 2010 – 2020 ແລະ ເພື່ອຍົກລະດັບຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານສະຖິຕິ ຂັ້ນເມືອງ, ສາມາດຕອບສະໜອງຂໍ້ມູນຂ່າວສານໃຫ້ ແກ່ການວາງແຜນພັດທະນາເສດຖະກິດ-ສັງຄົມ ,ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.
ໃນວັນທີ 27-28 ກັນຍາ2017 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໝື່ນ, ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການພັດທະນາວຽກງານສະຖິຕິ ຂັ້ນເມືອງຂຶ້ນ, ໂດຍເປັນປະທານ ກ່າວເປີດກອງປະຊຸມຂອງທ່ານ ພູວອນ ບຸນວິໄລ , ກຳມະການພັກແຂວງ,ເລຂາພັກເມືອງ,ເຈົ້າເມືອງໆ ໝື່ນ, ແລະ ທ່ານ ສີນວນ ຈັນທະວົງ ຫົວໜ້າສູນສະຖິຕິ ປະຈໍາແຂວງວຽງຈັນ, ມີບັນດາຫົວໜ້າຫ້ອງການແຜນການ , ຫົວໜ້າສູນສະຖິຕິປະຈໍາເມືອງ 11 ເມືອງ ແລະ ບັນດາທ່ານຫົວໜ້າຫ້ອງການ ແລະ ວິຊາການທີ່ກ່ຽວຂ້ອງ ອ້ອມຂ້າງເມືອງໝື່ນເຂົ້າຮ່ວມທັງໝົດ: 61 ທ່ານ, ໃນນັ້ນ ຍິງ: 12 ທ່ານ.
ໃນເບື້ອງຕົ້ນກອງປະຊຸມໄດ້ຮັບຟັງການໂອ້ລົມຊີ້ນໍາ ແລະ ກ່າວເປີດຈາກທ່ານ ພູວອນ ບຸນວິໄລ ເຈົ້າເມືອງໝື່ນ, ຫຼັງຈາກນັ້ນທ່ານສີນວນ ຈັນທະວົງ,ຫົວໜ້າສູນສະຖິຕິແຂວງໄດ້ຜ່ານບົດສະຫລຸບຕີລາຄາການຈັດຕັ້ງເຄື່ອນໄຫວວຽກງານສະຖິຕິແລະທິດທາງແຜນການໃນຕໍ່ໜ້າ. ກອງປະຊູມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງນສະຖິຕິ ຂັ້ນເມືອງໃນໄລຍະຜ່ານມາຄື: ເມືອງວັງວຽງ ແລະ ເມືອງໜື່ນ. ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ ແລະ ດ້ານອ່ອນຂໍ້ຄົງຂ້າງ. ກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນແລກປ່ຽນແລະຖອດຖອນບົດຮຽນຮ່ວມກັນຢ່າງກົງໄປກົງມາດ້ວຍບັນຍາກາດຟົດຟື້ນ,ເພື່ອເປັນທິດທາງປັບປຸງແກ້ໄຂໃນຕໍ່ໜ້າໃຫ້ມີປະສິດທິພາບແລະປະສິດທິຜົນສູງຂຶ້ນ, ນອກຈາກນັ້ນສູນສະຖິຕິແຂວງຍັງໄດ້ສະເໜີບາງເອກະສານດັ່ງນີ້:
- ແນະນໍາກ່ຽວກັບຮ່າງຕາຕະລາງເກັບກໍາຂໍ້ມູນການສ້າງວາລະສານສະຖິຕິຢູ່ຂັ້ນເມືອງ.
- ສະເໜີບັນຫາເກັບກໍາສະຖິຕິພົນລະເມືອງແລະບັນດານິຍາມທີ່ກ່ຽວຂ້ອງກັບການເກັບກໍາຂໍ້ມູນພົນລະເມືອງ.
- ສະເໜີກ່ຽວກັບການຈັດຕັ້ງປະຕິບັດວຽກງານບໍລິຫານຢູ່ສູນສະຖິຕິແຂວງ.