ໃນຕອນເຊົ້າຂອງວັນທີ 29/12/2017, ເວລາ 8:30 ໂມງ, ສູນສະຖິຕິແຂວງໄດ້ເປີດກອງປະຊຸມເຜີຍແຜ່ຖານຂໍ້ມູນວຽງຈັນອິນໂຟ ແລະ ເວັບໄຊຂອງສູນສະຖິຕິແຂວງວຽງຈັນຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ. ໂດຍພາຍໃຕ້ການເປັນປະ ທານຂອງທ່ານ ຄຳພູທອນ ເທບສຸພົມ, ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງວຽງຈັນ, ມີຜູ້ເຂົ້າຮ່ວມຈາກສູນສະຖິຕິແຫ່ງຊາດ, ສູນສະຖິຕິນະຄອນຫລວງວຽງຈັນ, ພະແນກການອ້ອມຂ້າງແຂວງ ແລະ ຈາກສູນສະຖິຕິປະຈຳເມືອງລວມທັງໝົດ 59 ທ່ານ, ຍິງ 15 ທ່ານ.
ດັ່ງທີ່ ພວກເຮົາຮູ້ນໍາກັນແລ້ວວ່າໃນປະຈຸບັນ ແຂວງວຽງຈັນພວກເຮົາກໍາລັງຢູ່ໃນກາງສະໄໝ ຂອງການປະເມີນການຈັດຕັ້ງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V ປີ 2016-2020. ແລະ ການຈັດຕັ້ງເປົ້າໝາຍການພັດທະນາແບບຢືນຍົງ (SDG). ເພື່ອໃຫ້ສາມາດຕອນສະໜອງໄດ້ຄວາມຕ້ອງການ ໃນການຕິດຕາມ ແລະ ປະມານອັນຮີບດ່ວນດັ່ງກ່າວນີ້ ນອກຈາກທີມີຕົວເລກຂໍ້ມູນສະຖິຕິທີມີຄວາມຖືກຕ້ອງ, ຄົບຖ້ວນ, ຊັດເຈນ ແລະ ທັນເວລາແລ້ວ ໃນຄະນະດຽວກັນນັ້ນກໍ່ຕ້ອງໄດ້ມີການເຜີຍແຜບັນດາຂໍ້ມູນສະຖິຕິທາງການ ອັນທີ່ໄດ້ສ່ອງແສງເຖິງໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະໃຫ້ທັນການດ້ວຍເຄື່ອງມືທີ່ທັນສະໄໝ ເພື່ອເຮັດໃຫ້ຜູ້ທີ່ສົນໃຈທາງດ້ານຂໍ້ມູນຕ່າງໆ ໄດ້ເຂົ້າເຖິງຂໍ້ມູນດ້ວຍຄວາມສະດວກວ່ອງໄວ, ທັນໃຈ ແລະ ພ້ອມດຽວກັນນັ້ນ, ກໍ່ມີຄວາມຈໍາເປັນທີ່ຕ້ອງມີກົນໄກການປະສານງານ ແລະ ມາດຕະການທີ່ຖືກຕ້ອງ ແລະ ເໝາະສົມຂອງການມີສ່ວນຮ່ວມຂອງທຸກໆພາກສ່ວນທີ່ກ່ຽວຂ້ອງ ເພືອຊຸກຍູ້ສົ່ງເສີມຂະບວນການຜະລິດ ແລະ ການນໍາໃຊ້ຂໍ້ມູນໃຫ້ກວ້າງຂວາງ ແລະ ເປັນເອກະພາບກັນຢູ່ໃນແຕ່ລະຂັ້ນ ໃນຂອບເຂດທົ່ວແຂວງວຽງຈັນກໍ່ຄືຢູ່ໃນປະເທດ.
ສູນສະຖິຕິປະຈໍາແຂວງວຽງຈັນ ພະແນກ ແຜນການ ແລະ ການລົງທຶນແຂວງ ໃນປະຈຸບັນແມ່ນໄດ້ມີຄວາມພະຍາຍາມສູງໃນການເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ ໃຫ້ມາເປັນແຜນງານອັນລະອຽດ. ການພັດທະນາລະບົບສະຖິຕິ 2016 – 2020 ແລະ ວິທັດທັດ2030, ເຊີ່ງໃນນີ້ວຽກງານການສ້າງຖານຂໍ້ມູນລາວ-ອິນໂຟ(ວຽງຈັນອິນໂຟ) ແລະ ເວ໊ບໄຊ ໃຫ້ເຫັນວ່າມີຜົນສໍາເລັດຢູ່ໃນຂັ້ນພື້ນຖານ ໂດຍພາຍໃຕ້ການຊີ້ນໍາຕິດຕາມ, ຊຸກຍູ້ຢ່າງໃກ້ຊິດຂອງກົມສາຍຕັ້ງ, ຈາກສູນສະຖິຕິແຫ່ງຊາດ ພ້ອມທັງຄວາມພະຍາຍາມເອົາໃຈໃສ່ຂອງພະນັກງານວິຊາການສູນສະຖິຕປະຈໍາແຂວງເຊິ່ງເຮັດໃຫ້ວຽກງານນີ້ໄດ້ສໍາເລັດ ແລະ ພ້ອມທີ່ຈະນໍາເຜີຍແຜ່ອອກສູ່ສັງຄົມຢ່າງເປັນທາງການ
ສະນັ້ນ, ເພື່ອຕອບສະໜອງຂໍ້ມູນສະຖິຕິທາງການໃຫ້ກວ້າງຂວາງວ່ອງໄວ, ທັນເວລາ, ມື້ນີ້ຈີ່ງໄດ້ເປີດກອງປະຊຸມເຜີຍແຜ່ເວັບຖານຂໍ້ມູນວຽງຈັນອິນໂຟ ແລະ ເວັບໄຊຂອງສູນສະຖິຕິປະຈໍາແຂວງ ຂື້ນຢ່າງເປັນທາງການ, ຊຶ່ງປະກາດໃຊ້ເວັບໄຊຂອງສູນສະຖິຕິ ພະແນກແຜນການ ແລະ ການລົງທຶນແຂວງ ເພືອໃຫ້ທຸກພາກສ່ວນໄດ້ຮັບຮູ້ ແລະ ເຂົ້າເຖີງການນຳໃຊ້ເວັບໄຊດັ່ງກ່າວ. ແຕ່ເຖີງຢ່າງໄດ້ກໍ່່ຕາມ ກອງປະຊຸມມື້ນີ້ ແມ່ນເປັນການລິເລີ່ມທີ່ສໍາຄັນທີ່ສຸດທີ່ພວກເຮົາໝົດທຸກຄົນໄດ້ມີໂອກາດຮ່ວມກັນ ໂດຍສະເພາະແມ່ນບັນດາຄະນະນໍາພະແນກການອ້ອມຂ້າງແຂວງ, ພະນັກງານສະຖິຕິທີປະຈໍາຢູ່ແຕ່ລະເມືອງຈະໄດ້ສຶກສາຄົ້ນຄ້ວາຫາສາເຫດ, ຂໍ້ຈໍາກັດ, ສິ່ງທ້າທາຍ ແລະ ຄວາມຕ້ອງການປັບປຸງລະບົບການສ້າງຖານຂໍ້ມູນວຽງຈັນອີນໂຟ ກໍ່ຄືການປັບປຸງລະບົບສະຖິຕິສໍາລັບການຕິດຕາມ ແລະ ປະເມີນຜົນການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລ່ຍະ.
ເພື່ອເປັນການຈັດຕັ້ງຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ ແຕ່ປີ 2016-2025 ໄດ້ແນໃສ່ເສີມສ້າງ ແລະ ປັບປຸງພື້ນຖານການພັດທະນາວຽກງານສະຖິຕິໃຫ້ມີຄວາມເຂັ້ມແຂງດ້ານປະລິມານແລະຄຸນນະພາບ ແລະ ຮັບປະກັນ ໃຫ້ລະບົບສະຖິຕິແຫ່ງຊາດກໍ່ຄືວຽກງານສະຖິຕິຂອງແຂວງທຽບທັນກັບມາດຕະຖານສາກົນທັງເປັນການສ້າງຄວາມເຊື່ອໝັ້ນຕໍ່ລະ ບົບສະຖິຕິຈາກບັນດາພາກລັດ ແລະ ສັງຄົມ ທັງພາຍໃນແລະຕ່າງປະເທດ, ຫົວໜ້າສູນສະຖິຕິປະຈຳແຂວງໄດ້ນຳສະເໜີບັນດາເນື້ອໃນຕ່າງໆຕໍ່ກອງປະຊຸມດັ່ງນີ້
- ສະເໜີກ່ຽວກັບນິຕິກຳທີ່ກ່ຽວຂ້ອງກັບລະບົບສະຖິຕິເຊັ່ນ : ກົດໝາຍວ່າດ້ວຍສະຖິຕິ ( ສະບັບປັບປຸງ ), ບາງພາກແລະບາງມາດຕາເຊັ່ນ: ພາກ I , II ແລະ III ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ 2016-2025 ແລະ ວິໄສທັດຮອດປີ 2030.
- ສະເໜີແຜນຄວາມຕ້ອງການງົບປະມານ 5 ປີຜ່ານມາກັບການສະໜອງ ແລະ ຄວາມຕ້ອງການງົບປະມານໃນການຊຳລະຄ່າການໃຊ້ບໍລິການອິນເຕີເນັດ.
- ສະເໜີປະຫວັດຄວາມເປັນມາຂອງລາວອິນໂຟ.
- ແນະນຳການເຂົ້າເຖິງເວັບຖານຂໍ້ມູນວຽງຈັນອິນໂຟ ແລະ ເວັບໄຊຂອງສູນສະຖິຕິແຂວງວຽງຈັນ .
ຫລັງຈາກນັ້ນວິຊາການຜູ້ຮັບຜິດຊອບວຽກງານ ໄອທີ ຂອງສູນໄດ້ສະເໜີລົງເລິກເຖິງການເຂົ້າຫາເວັບໄຊຂອງສູນ (www. vi.psc.gov.la ) ແລະ ການເຂົ້າເຖິງ ( www.deivinfo.or/vientianeinfo ) ເພື່ອໃຫ້ບັນດາພາກສ່ວນຕ່າງໆຮັບຮູ້ແລະສາມາດເຂົ້າເຖິງເວັບໄຊໄດ້.